• ກ່ຽວກັບ CABIN
  • ການຄຸ້ມຄອງເຟືອງເຂົ້າແບບຍືນຍົງ
  • FAQ
  • ເອກະສານອ້າງອີງ
  • ຂ່າວ & ເຫດການ
LO
English
Bahasa Indonesia
Tiếng Việt
ភាសាខ្មែរ
Filipino
ພາສາລາວ
logo
  • ກ່ຽວກັບ CABIN
  • ການຄຸ້ມຄອງເຟືອງເຂົ້າແບບຍືນຍົງ
  • FAQ
  • ເອກະສານອ້າງອີງ
  • ຂ່າວ & ເຫດການ
LO
English
Bahasa Indonesia
Tiếng Việt
ភាសាខ្មែរ
Filipino
ພາສາລາວ

ເຕັກນິກການປູກເຫັດກາງແຈ້ງ

Lượt xem: 12
ຂັ້ນຕອນທີ 1: ການກະກຽມສະຖານທີ່ປູກ
– ເຫັດເຟືອງສາມາດປູກໄດ້ທັງໃນບ່ອນມີຮົ່ມ ຫຼື ບ່ອນທີ່ໄດ້ຮັບແສງແດດໂດຍກົງ ເຊັ່ນ ພື້ນທີ່ນາຮ້າງ ຫຼື ແປງເພາະກ້າ. ສະຖານທີ່ທີ່ເລືອກຕ້ອງມີການລະບາຍນ້ໍາດີ ເພື່ອຈັດການການຫົດນ້ໍາ ແລະ ນ້ໍາຝົນໄດ້ຢ່າງມີປະສິດທິຜົນ.
– ດິນສໍາລັບປູກເຫັດເຟືອງຄວນປັບປຸງດ້ວຍປູນຂາວໃນອັດຕາ 5 kg/100 m² (ຫຼື 300-500 kg/ha).
ຂັ້ນຕອນທີ 2: ແຫຼ່ງເຟືອງ
ເຟືອງສາມາດຢູ່ໃນຮູບແບບມັດ. ເຟືອງຕ້ອງປາດສະຈາກໂລກ, ບໍ່ມີສານຕົກຄ້າງຈາກຢາປາບສັດຕູພືດ, ບໍ່ມີຄວາມເຄັມ ຫຼື ເຊື້ອລາສີຂາວ ແລະ ບໍ່ເນົ່າເພາະຝົນ.
ຂັ້ນຕອນທີ 3: ການກະກຽມເຟືອງ
– ກະກຽມພື້ນທີ່ສໍາລັບກອງປຸ໋ຍໝັກໃນບ່ອນທີ່ອາກາດຖ່າຍເທດດີ ແລະ ລະບາຍນ້ໍາໄດ້ດີ.
– ເລືອກສະຖານທີ່ທີ່ມີແຫຼ່ງນ້ໍາພ້ອມໃຊ້.
– ແຍກມັດເຟືອງອອກ ຫຼື ຜ່າເປັນສອງສ່ວນ ເພື່ອໃຫ້ວັດສະດຸຟູ.
ຂັ້ນຕອນທີ 4: ການກອງ ແລະ ການກັບກອງ
– ກອງເຟືອງເປັນຊັ້ນໆ ແລະ ສະຫຼັບກັບປູນຂາວເຜົາ.
– ຫົດນ້ໍາໃສ່ກອງເພື່ອເພີ່ມຄວາມຊຸ່ມ.
– ວາງລໍາຕົ້ນກ້ວຍໄວ້ກາງກອງ ເພື່ອສ້າງຊ່ອງອາກາດໃຫ້ກອງປຸ໋ຍໝັກ.
– ປະລິມານເຟືອງທີ່ໃຊ້ຄວນ ≥ 100 kg, ຂະໜາດກອງປຸ໋ຍໝັກຄວນສູງປະມານ 1.2–1.5 m, ກວ້າງ ≥ 1.5 m ແລະ ຍາວຢ່າງໜ້ອຍ 1.5 m.
– ໃຊ້ຜ້າກັນນ້ໍາຄຸມກອງປຸ໋ຍໝັກ ແລະ ຕ້ອງມີຮູລະບາຍອາກາດ.
– ຕິດຕາມລະດັບຄວາມຊຸ່ມ ແລະ ເພີ່ມນ້ໍາເມື່ອຈໍາເປັນ ໂດຍຮັກສາອຸນຫະພູມໃຫ້ຢູ່ລະຫວ່າງ 60–70°C.
– ຫຼັງຈາກໝັກໄດ້ 7 ແລະ 17 ວັນ ໃຫ້ກັບກອງ 2 ຄັ້ງ ໂດຍນໍາວັດສະດຸຈາກດ້ານໃນອອກຂ້າງນອກ ແລະ ຈາກຂ້າງນອກເຂົ້າຂ້າງໃນ.
ຂັ້ນຕອນທີ 5: ການກະກຽມເຊື້ອເຫັດ
– ຖ້າໃຊ້ເຊື້ອເຫັດໃນແກບເຂົ້າ ໃຫ້ເລືອກຖົງທີ່ມີເສັ້ນໃຍສີຂາວສະໝ່ຳສະເໝີ ແລະ ມີກິ່ນດີ.
– ເຊື້ອເຫັດຖືກແຍກ ແລະ ຜະສົມກັບຍີສທີ່ກະຕຸ້ນການເຕີບໂຕຂອງເສັ້ນໃຍ ຕາມອັດຕາແນະນໍາ. ຫຼື ຜະສົມກັບປຸ໋ຍຂີ້ໄສ້ເດືອນ (70-160 g) ແລະ ສານກະຕຸ້ນການເຕີບໂຕຂອງເຫັດຕາມຄໍາແນະນໍາ.
ຂັ້ນຕອນທີ 6: ນໍາປຸ໋ຍໝັກໃສ່ແປງ
– ຫຼັງຈາກໝັກ 16-18 ວັນ ໃຫ້ນໍາປຸ໋ຍໝັກໄປໃສ່ແປງ. ແປງຄວນກວ້າງ 35-40 cm ແລະ ສູງ 35 cm. ນໍາເຟືອງອອກຈາກກອງ ມ້ວນ ແລະ ຈັດເປັນແຖວ.
– ຈາກນັ້ນ ໂຮຍເຊື້ອເຫັດເປັນຊັ້ນໜຶ່ງຢູ່ກາງແຖວ (ປະມານ 160 g/m ຂອງແຖວ).
– ຕໍ່ມາ ຄຸມດ້ານເທິງດ້ວຍເຟືອງອີກຊັ້ນໜຶ່ງ.
– ຫຼັງຈາກນັ້ນ ໃຫ້ຫົດນ້ໍາແປງປຸ໋ຍໝັກ. ໃຊ້ມືທັງສອງລູບ ແລະ ອັດໃຫ້ແໜ້ນ. ຈາກນັ້ນ ນໍາແປງໄປຕາກແດດໂດຍກົງເປັນເວລາ 4 ວັນ.
ຂໍ້ຄວນລະວັງ: ຄວນຄຸມຜ້າກັນນ້ໍາເມື່ອຝົນຕົກເທົ່ານັ້ນ ແລະ ຕ້ອງມີການຖ່າຍເທອາກາດດີ. ໃນສະພາບທີ່ມີລົມແຮງ ໃຫ້ຈັດແຖວແປງເພື່ອຫຼີກລ້ຽງລົມພັດໂດຍກົງ.
ຂັ້ນຕອນທີ 7: ການດູແລ ແລະ ການຫົດນ້ໍາ
– ຫຼັງຈາກຕາກແດດ ໃຫ້ຄຸມແປງດ້ວຍເຟືອງຊຸ່ມ.
– ຄວນຫົດນ້ໍາວັນລະ 1 ຄັ້ງ ດ້ວຍຫົວສີດນ້ໍາ ໃນຕອນເຊົ້າ (7-8 ໂມງ) ຫຼື ຕອນແລງ (ປະມານ 4 ໂມງແລງ).
– ຫຼັງຈາກຄຸມເຟືອງ 4-5 ວັນ ໃຫ້ກວດເບິ່ງການແຜ່ຂອງເສັ້ນໃຍເຫັດ ແລະ ພິກຊັ້ນຄຸມເພື່ອຈໍາກັດການແຜ່ຂະຫຍາຍເກີນຊັ້ນຄຸມ.
– ໃນວັນທີ 7 ຫຼື 8 ເມື່ອເສັ້ນໃຍແຜ່ສະໝ່ຳສະເໝີ ໃຫ້ເລີ່ມຫົດນ້ໍາເພື່ອກະຕຸ້ນການເກີດດອກເຫັດ. ປະມານ 2 ວັນຕໍ່ມາ ດອກອ່ອນຈະເລີ່ມປາກົດ.
ຂັ້ນຕອນທີ 8: ການເກັບກ່ຽວ
– ໄລຍະເວລາຈາກການໃສ່ເຊື້ອເຖິງການເກັບກ່ຽວແມ່ນປະມານ 12 ວັນ. ເກັບກ່ຽວວັນລະ 2 ຄັ້ງ ໃນຕອນເຊົ້າ (5-6 ໂມງ) ແລະ ຕອນແລງ (5-6 ໂມງ).
– ໂດຍປົກກະຕິຈະມີ 2 ຮອບການເກັບກ່ຽວ. ຮອບທຳອິດໃຊ້ເວລາ 4 ວັນ. ຫຼັງຈາກນັ້ນ ດູແລແປງເຫັດຕໍ່ ແລະ ປະມານ 5-6 ວັນຕໍ່ມາ ເຫັດຊຸດໃໝ່ຈະປາກົດ.
– ວິທີເກັບກ່ຽວ: ໝຸນດອກເຫັດຢ່າງເບົາໆ ເພື່ອແຍກອອກຈາກແປງປຸ໋ຍໝັກ. ບໍ່ຄວນປະຂາເຫັດໄວ້ເທິງແປງ ເພາະຈະເນົ່າ ແລະ ທໍາລາຍດອກອ່ອນທີ່ກໍາລັງເຕີບໂຕ. ຫຼັງຈາກເກັບກ່ຽວແລ້ວ ໃຫ້ຄຸມແປງອີກຄັ້ງ.
ຂັ້ນຕອນທີ 9: ການທໍາຄວາມສະອາດຫຼັງການປູກເຫັດ
– ຫຼັງຈາກເກັບກ່ຽວເຫັດແລ້ວ ວັດສະດຸປູກສາມາດນໍາໄປໝັກເພື່ອເຮັດປຸ໋ຍອິນຊີໄດ້.
– ໃຊ້ປູນຂາວເຜົາເພື່ອຂ້າເຊື້ອໃນພື້ນທີ່ປູກ ແລະ ຕາກແດດຢ່າງໜ້ອຍ 1 ເດືອນ ກ່ອນປູກຮອບຕໍ່ໄປ.
 

ຕໍ່ໄປ

ເຕັກນິກການປູກເຫັດໃນໂຮງເຮືອນ
ໂຄງຮ່າງຫຼັກສູດ
ໂຄງຮ່າງຫຼັກສູດ

ໂຄງຮ່າງຫຼັກສູດ

ເຕັກນິກການປູກເຫັດເຟືອງໃນເຮືອນ ແລະ ກາງແຈ້ງ

2 ບົດຮຽນ •
  • ເຕັກນິກການປູກເຫັດກາງແຈ້ງ
  • ເຕັກນິກການປູກເຫັດໃນໂຮງເຮືອນ

ການເຮັດຝຸ່ນໝັກຈາກເຟືອງເຂົ້າດ້ວຍກົນຈັກ

2 ບົດຮຽນ • 25ນາທີ
  • ການຜະລິດຝຸ່ນໝັກຈາກເຟືອງເຂົ້າແບບໃຊ້ເຄື່ອງຈັກ
  • ການນຳໃຊ້ຝຸ່ນບົ່ມຈາກເຟືອງເຂົ້າ

ການເກັບກຳເຟືອງເຂົ້າດ້ວຍກົນຈັກ

4 ບົດຮຽນ •
  • ການເກັບກໍາເຟືອງເຂົ້າ
  • ການນໍາໃຊ້ເຄື່ອງຈັກໃນການເກັບກໍາເຟືອງເຂົ້າ
  • ການໃຊ້ງານເຄື່ອງອັດຟາງເຂົ້າ
  • ການແກ້ໄຂບັນຫາ ແລະ ການບໍາລຸງຮັກສາ

ວິດີໂອກ່ຽວກັບການຈັດການເຟືອງເຂົ້າຢ່າງຍືນຍົງ

7 ບົດຮຽນ • 1 ຊົ່ວໂມງ10ນາທີ
  • ວິດີໂອກ່ຽວກັບເທັກນິກການເຮັດຝຸ່ນໝັກຈາກເຟືອງເຂົ້າແບບໃຊ້ເຄື່ອງຈັກ
  • ວິດີໂອກ່ຽວກັບເທັກນິກການປູກເຫັດເຟືອງເຂົ້າທັງໃນອາຄານ ແລະ ນອກອາຄານ
  • ວິດີໂອກ່ຽວກັບການເກັບກ່ຽວເຟືອງເຂົ້າແບບໃຊ້ເຄື່ອງຈັກ
  • ວິດີໂອກ່ຽວກັບການຜະລິດກະຖາງຈາກເຟືອງເຂົ້າ
  • ວິດີໂອກ່ຽວກັບການຈັດການເຟືອງເຂົ້າສູ່ການກະສິກຳການປ່ອຍມົນລະພິດຕໍ່າ  
  • ວິດີໂອກ່ຽວກັບເສດຖະກິດໝຸນວຽນທີ່ອີງໃສ່ເຟືອງເຂົ້າ ເພື່ອປັບປຸງຄວາມຫຼາກຫຼາຍທາງຊີວະນາໆພັນ ແລະ ຄວາມຍືນຍົງ  
  • ວິດີໂອກ່ຽວກັບແບບຈຳລອງການເຮັດຝຸ່ນໝັກຈາກເຟືອງເຂົ້າໃນ Udom Sorya AC ທີ່ Takeo, Cambodia
logo
IRRI Viet Nam
Km2 Pham Van Dong, Nghia Do Ward, Ha Noi, Vietnam
Contact: irri-mechanization@cgiar.org
  • ກ່ຽວກັບ CABIN
  • ຄວາມຮູ້ກ່ຽວກັບການຄຸ້ມຄອງເຟືອງແບບຍືນຍົງ
  • ຄໍາຖາມທີ່ຖາມເລື້ອຍໆ
  • ເອກະສານອ້າງອີງ
  • ຂ່າວ & ເຫດການ
© 2025 CABIN. All rights reserved.
youtube

ເລືອກພາສາ

ກະລຸນາເລືອກພາສາຂອງທ່ານເພື່ອສືບຕໍ່

×