ບາງກອກ, ປະເທດໄທ (23 ກໍລະກົດ 2026), ໃນງານ Mekong Forum 2026 ໃນວັນທີ 23 ກໍລະກົດ 2026, IRRI ໄດ້ຂຶ້ນນຳສະເໜີທາງເລືອກການຈັດການເຟືອງເຂົ້າແບບຍືນຍົງທີ່ໄດ້ຜ່ານການທົດສອບໃນພາກສະໜາມ. ໃນຖານະເປັນສ່ວນໜຶ່ງຂອງກອງປະຊຸມ Nexus Solutions to Transboundary Environmental Challenges, ພວກເຂົາໄດ້ແບ່ງປັນວ່າການປ່ຽນຂອງເສຍທາງການກະສິກຳໃຫ້ເປັນມູນຄ່າສາມາດຊ່ວຍແກ້ໄຂບັນຫາໝອກຄວັນຂ້າມພົມແດນ, ການເສື່ອມໂຊມຂອງດິນ ແລະ ຊີວິດຄວາມເປັນຢູ່ໃນຊົນນະບົດທົ່ວ Greater Mekong Subregion ໄດ້ໂດຍກົງ.

  • ການໄຖກົບລົງດິນແບບປັບປຸງ: ການສັບເຟືອງເຂົ້າ (ໂດຍໃຊ້ mulcher) ແລະ ໄຖກົບລົງໃນດິນຄວບຄູ່ກັບການຈັດການນ້ຳແບບຄວບຄຸມ (AWD) ຊ່ວຍເລັ່ງການຍ່ອຍສະຫຼາຍ, ປັບປຸງການໝຸນວຽນທາດອາຫານ ແລະ ສຸຂະພາບດິນ ພ້ອມທັງຫຼຸດຜ່ອນການປ່ອຍອາຍແກັສມີເທນ.
  • ການນຳເຟືອງກັບມາໃຊ້ປະໂຫຍດ: ນຳເຟືອງທີ່ເກັບກ່ຽວແລ້ວມາໃຊ້ໃນກິດຈະກຳທີ່ມີມູນຄ່າສູງ ເຊັ່ນ ນຳໄປໃຊ້ໂດຍກົງເປັນວັດສະດຸສຳລັບການເພາະເຫັດ ຫຼື ນຳເຟືອງທີ່ສັບແລ້ວໄປໝັກຮ່ວມກັບຂີ້ເຫຍື້ອອິນຊີເພື່ອຜະລິດຝຸ່ນໝັກທີ່ອຸດົມດ້ວຍທາດອາຫານ (ຝຸ່ນອິນຊີ).
  • ກົນຈັກການກະສິກຳ: ການນຳໃຊ້ວິທີການຈັດການເຟືອງໃດໆ ຈຳເປັນຕ້ອງມີລະດັບການໃຊ້ກົນຈັກທີ່ເໝາະສົມ ເພື່ອໃຫ້ການບໍ່ເຜົາເຟືອງສາມາດນຳໄປປະຕິບັດໄດ້ຈິງໃນການເຮັດກະສິກຳ.

ການນຳສະເໜີໄດ້ສ້າງຄວາມສົນໃຈໃຫ້ແກ່ຜູ້ເຂົ້າຮ່ວມ ແລະ ນຳໄປສູ່ການເຂົ້າຢ້ຽມຊົມບູດຂອງ IRRI ຢ່າງຄຶກຄື້ນ ໂດຍຜູ້ເຂົ້າຮ່ວມຕ່າງກະຕືລືລົ້ນທີ່ຈະຮຽນຮູ້ເພີ່ມເຕີມກ່ຽວກັບວຽກງານທີ່ກຳລັງດຳເນີນຢູ່ໃນພາກພື້ນ.

FYI ກ່ຽວກັບ Mekong Forum: https://mekonginstitute.org/gms-stakeholders-advance-nexus-approach-to-regional-development-at-mekong-forum-2026/